Agricultural Groundwater Use in Laos

ໂຄງການ ການຊົມໃຊ້ນໍ້າໃຕ້ດິນເຂົ້າໃນການກະສິກຳໃນປະເທດລາວ

ໂຄງການ: ການຊົມໃຊ້ນໍ້າໃຕ້ດິນເຂົ້າໃນການກະສິກຳໃນປະເທດລາວ

  • ຜູ້ເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລືສົນທະນາເຖິງຫລາກຫລາຍບັນຫາທີ່ຍົກຂຶ້ນເພື່ອໃຊ້ເຂົ້າໃນການປັບປຸງແຜນງານຂອງ ໂຄງການ “ການຊົມໃຊ້ນໍ້າໃຕ້ດິນເຂົ້າໃນການກະສິກຳ ໃນປະເທດລາວ”, ໃນລະຫວ່າງວັນທີ 5 ແລະ 7 ກັນຍາ 2012.
    ຜູ້ເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລືສົນທະນາເຖິງຫລາກຫລາຍບັນຫາທີ່ຍົກຂຶ້ນເພື່ອໃຊ້ເຂົ້າໃນການປັບປຸງແຜນງານຂອງ ໂຄງການ “ການຊົມໃຊ້ນໍ້າໃຕ້ດິນເຂົ້າໃນການກະສິກຳ ໃນປະເທດລາວ”, ໃນລະຫວ່າງວັນທີ 5 ແລະ 7 ກັນຍາ 2012.
  • ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໃນລະຫວ່າງວັນທີ 5 ແລະ 7 ກັນຍາ 2012 ໄດ້ຢ້ຽມຢາມລະບົບຊົນລະປະທານຫນຶ່ງ ໃນທົ່ງພຽງວຽງຈັນ, ຕາມເສັ້ນທາງໄປເຂດສຶກສາຂອງໂຄງການ “ການຊົມໃຊ້ນໍ້າໃຕ້ດິນເຂົ້າໃນການກະສິກຳໃນປະເທດລາວ”.
    ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໃນລະຫວ່າງວັນທີ 5 ແລະ 7 ກັນຍາ 2012 ໄດ້ຢ້ຽມຢາມລະບົບຊົນລະປະທານຫນຶ່ງ ໃນທົ່ງພຽງວຽງຈັນ, ຕາມເສັ້ນທາງໄປເຂດສຶກສາຂອງໂຄງການ “ການຊົມໃຊ້ນໍ້າໃຕ້ດິນເຂົ້າໃນການກະສິກຳໃນປະເທດລາວ”.
  • ຮູບການປະຊຸມຢູ່ຫ້ອງການບ້ານແອກຊ້າງຂອງບັນດາສະມາຊິກ ຂອງໂຄງການ “ການຊົມໃຊ້ນໍ້າໃຕ້ດິນເຂົ້າໃນການກະສິກຳ ໃນປະເທດລາວ”, ພ້ອມກັບ ອໍານາດການປົກຄອງບ້ານ ແລະ ພະນັກງານ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໂພນໂຮງ ໃນ ເດືອນ ກັນຍາ 2012.
    ຮູບການປະຊຸມຢູ່ຫ້ອງການບ້ານແອກຊ້າງຂອງບັນດາສະມາຊິກ ຂອງໂຄງການ “ການຊົມໃຊ້ນໍ້າໃຕ້ດິນເຂົ້າໃນການກະສິກຳ ໃນປະເທດລາວ”, ພ້ອມກັບ ອໍານາດການປົກຄອງບ້ານ ແລະ ພະນັກງານ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໂພນໂຮງ ໃນ ເດືອນ ກັນຍາ 2012.
  • ການຖ່າຍຮູບລວມຫມູ່ຂອງບັນດາສະມາຊິກຂອງໂຄງການ “ການຊົມໃຊ້ນໍ້າໃຕ້ດິນເຂົ້າໃນການກະສິກຳໃນປະເທດລາວ”, ໃນລະຫວ່າງກອງປະຊຸມປຶກສາຫາລືໃນເດືອນ ກັນຍາ 2012.
    ການຖ່າຍຮູບລວມຫມູ່ຂອງບັນດາສະມາຊິກຂອງໂຄງການ “ການຊົມໃຊ້ນໍ້າໃຕ້ດິນເຂົ້າໃນການກະສິກຳໃນປະເທດລາວ”, ໃນລະຫວ່າງກອງປະຊຸມປຶກສາຫາລືໃນເດືອນ ກັນຍາ 2012.
  • ຜູ້ເຂົ້າຮ່ວມການເຝິກອົບຮົມໄລຍະສັ້ນກ່ຽວກັບຄວາມຮູ້ເບື້ອງຕົ້ນດ້ານຊັບພະຍາກອນນໍ້າໃຕ້ດິນລົງທະບຽນເພື່ອຮັບເອກະສານ ເຝິກອົບຮົມ ຢູ່ ສູນຄົ້ນຄ້ວານໍ້າໃຕ້ດິນ, ມະຫາວິທະຍາໄລຂອນແກ່ນ, ໃນວັນທີ 23 ເມສາ 2013.
    ຜູ້ເຂົ້າຮ່ວມການເຝິກອົບຮົມໄລຍະສັ້ນກ່ຽວກັບຄວາມຮູ້ເບື້ອງຕົ້ນດ້ານຊັບພະຍາກອນນໍ້າໃຕ້ດິນລົງທະບຽນເພື່ອຮັບເອກະສານ ເຝິກອົບຮົມ ຢູ່ ສູນຄົ້ນຄ້ວານໍ້າໃຕ້ດິນ, ມະຫາວິທະຍາໄລຂອນແກ່ນ, ໃນວັນທີ 23 ເມສາ 2013.
  • ການຖ່າຍຮູບລວມຫມູ່ຂອງ ທ່ານ ຮອງສາດສະດາຈານ ດຣ. ກະເສມ ນັນຕາໄຈ (ຄະນະບໍດີ ຄະນະວິທະຍາສາດເຕັກໂນໂລຍີ - ກາງ) ແລະ ຜູ້ເຂົ້າຮ່ວມການເຝິກອົບຮົມໄລຍະສັ້ນ.
    ການຖ່າຍຮູບລວມຫມູ່ຂອງ ທ່ານ ຮອງສາດສະດາຈານ ດຣ. ກະເສມ ນັນຕາໄຈ (ຄະນະບໍດີ ຄະນະວິທະຍາສາດເຕັກໂນໂລຍີ - ກາງ) ແລະ ຜູ້ເຂົ້າຮ່ວມການເຝິກອົບຮົມໄລຍະສັ້ນ.
  • ການແນະນໍາເປົ້າຫມາຍ ແລະ ແນວທາງ ຂອງ ໂຄງການ ການນໍາໃຊ້ນໍ້າໃຕ້ດິນເຂົ້າໃນການກະສິກໍາໃນປະເທດລາວ ໃຫ້ແກ່ບັນດາຜູ້ເຂົ້າຮ່ວມການເຝິກອົບຮົມໄລຍະສັ້ນກ່ຽວກັບ ຄວາມຮູ້ເບື້ອງຕົ້ນ ດ້ານຊັບພະຍາກອນນໍ້າໃຕ້ດິນ ແລະ ສະມາຊິກໃຫມ່ທີ່ເຂົ້າຮ່ວມໂຄງການ.
    ການແນະນໍາເປົ້າຫມາຍ ແລະ ແນວທາງ ຂອງ ໂຄງການ ການນໍາໃຊ້ນໍ້າໃຕ້ດິນເຂົ້າໃນການກະສິກໍາໃນປະເທດລາວ ໃຫ້ແກ່ບັນດາຜູ້ເຂົ້າຮ່ວມການເຝິກອົບຮົມໄລຍະສັ້ນກ່ຽວກັບ ຄວາມຮູ້ເບື້ອງຕົ້ນ ດ້ານຊັບພະຍາກອນນໍ້າໃຕ້ດິນ ແລະ ສະມາຊິກໃຫມ່ທີ່ເຂົ້າຮ່ວມໂຄງການ.
  • ຫນ້າປົກເອກະສານ “ການເຝິກອົບຮົມໄລຍະສັ້ນ ກ່ຽວກັບອຸທົກກະສາດຄັ້ງທີ I - ຄວາມຮູ້ ເບື້ອງຕົ້ນກ່ຽວກັບຊັບພະຍາກອນນໍ້າໃຕ້ດິນ”. ເອກະສານດັ່ງກ່າວນີ້ໄດ້ຖືກແຈກຍາຍໃຫ້ບັນດາ ສະມາຊິກທີ່ເຂົ້າ ຮ່ວມການເຝິກອົບຮົມ ໃນເດືອນ ເມສາ 2013.
    ຫນ້າປົກເອກະສານ “ການເຝິກອົບຮົມໄລຍະສັ້ນ ກ່ຽວກັບອຸທົກກະສາດຄັ້ງທີ I - ຄວາມຮູ້ ເບື້ອງຕົ້ນກ່ຽວກັບຊັບພະຍາກອນນໍ້າໃຕ້ດິນ”. ເອກະສານດັ່ງກ່າວນີ້ໄດ້ຖືກແຈກຍາຍໃຫ້ບັນດາ ສະມາຊິກທີ່ເຂົ້າ ຮ່ວມການເຝິກອົບຮົມ ໃນເດືອນ ເມສາ 2013.
  • ທ່ານ ດຣ. ກຣຽງສັກ ສີຣສຸກ, ສາດສະດາຈານ ດ້ານ ອຸທົກກະສາດ ຢູ່ ສູນຄົ້ນຄ້ວານໍ້າໃຕ້ດິນ, ມະຫາວິທະຍາໄລຂອນແກ່ນ, ໄດ້ໃຫ້ຄວາມຮູ້ກ່ຽວກັບສະພາບນໍ້າໃຕ້ດິນຢູ່ ທ່າພະ, ຈັງຫວັດ ຂອນແກ່ນ, ໃນວັນທີ 22 ເມສາ 2013.
    ທ່ານ ດຣ. ກຣຽງສັກ ສີຣສຸກ, ສາດສະດາຈານ ດ້ານ ອຸທົກກະສາດ ຢູ່ ສູນຄົ້ນຄ້ວານໍ້າໃຕ້ດິນ, ມະຫາວິທະຍາໄລຂອນແກ່ນ, ໄດ້ໃຫ້ຄວາມຮູ້ກ່ຽວກັບສະພາບນໍ້າໃຕ້ດິນຢູ່ ທ່າພະ, ຈັງຫວັດ ຂອນແກ່ນ, ໃນວັນທີ 22 ເມສາ 2013.
  • ທ່ານ ດຣ. ກຣຽງສັກ ສີຣສຸກ, ສາດສະດາຈານ ດ້ານ ອຸທົກກະສາດ ຢູ່ ສູນຄົ້ນຄ້ວານໍ້າໃຕ້ດິນ, ມະຫາວິທະຍາໄລຂອນແກ່ນ, ໄດ້ໃຫ້ຄວາມຮູ້ກ່ຽວກັບໂຄງການທີ່ໄດ້ຈັດຕັ້ງປະຕິບັດຢູ່ບ້ານອໍຄໍາ.
    ທ່ານ ດຣ. ກຣຽງສັກ ສີຣສຸກ, ສາດສະດາຈານ ດ້ານ ອຸທົກກະສາດ ຢູ່ ສູນຄົ້ນຄ້ວານໍ້າໃຕ້ດິນ, ມະຫາວິທະຍາໄລຂອນແກ່ນ, ໄດ້ໃຫ້ຄວາມຮູ້ກ່ຽວກັບໂຄງການທີ່ໄດ້ຈັດຕັ້ງປະຕິບັດຢູ່ບ້ານອໍຄໍາ.
  • ທ່ານ ດຣ. ກຣຽງສັກ ສີຣສຸກ, ສາດສະດາຈານ ດ້ານ ອຸທົກກະສາດ ຢູ່ ສູນຄົ້ນຄ້ວານໍ້າໃຕ້ດິນ, ມະຫາວິທະຍາໄລຂອນແກ່ນ, ໄດ້ໃຫ້ຄວາມຮູ້ກ່ຽວກັບອຸປະກອນເຄື່ອງມືທີ່ໃຊ້ເຂົ້າໃນການຂຸດເຈາະບໍ່ນໍ້າສ້າງ ພ້ອມກັບການອະທິບາຍຊັ້ນດິນຕ່າງໆ.
    ທ່ານ ດຣ. ກຣຽງສັກ ສີຣສຸກ, ສາດສະດາຈານ ດ້ານ ອຸທົກກະສາດ ຢູ່ ສູນຄົ້ນຄ້ວານໍ້າໃຕ້ດິນ, ມະຫາວິທະຍາໄລຂອນແກ່ນ, ໄດ້ໃຫ້ຄວາມຮູ້ກ່ຽວກັບອຸປະກອນເຄື່ອງມືທີ່ໃຊ້ເຂົ້າໃນການຂຸດເຈາະບໍ່ນໍ້າສ້າງ ພ້ອມກັບການອະທິບາຍຊັ້ນດິນຕ່າງໆ.
  • ຜູ້ເຂົ້າຮ່ວມເຝິກອົບຮົມເຮັດການທົດລອງແບບປະຖົມປະຖານໃນການຊອກຫາ ແຫລ່ງນໍ້າໃຕ້ດິນ. ທ່ອນເຫລັກໃນມືຈະເຄື່ອນໄຫວ ຖ້າມີນໍ້າໃນບໍລິເວນໃກ້ຄຽງ.
    ຜູ້ເຂົ້າຮ່ວມເຝິກອົບຮົມເຮັດການທົດລອງແບບປະຖົມປະຖານໃນການຊອກຫາ ແຫລ່ງນໍ້າໃຕ້ດິນ. ທ່ອນເຫລັກໃນມືຈະເຄື່ອນໄຫວ ຖ້າມີນໍ້າໃນບໍລິເວນໃກ້ຄຽງ.
  • ຜູ້ເຂົ້າຮ່ວມເຝິກອົບຮົມສໍາຫລວດບໍ່ນໍ້າສ້າງທີ່ຖືກຂຸດເຈາະໃກ້ກັບວິທະຍາເຂດຂອງມະຫາວິທະຍາໄລຂອນແກ່ນ. ບໍ່ນໍ້າດັ່ງກ່າວໄດ້ຖືກຂຸດເຈາະເພື່ອເກັບກໍາຂໍ້ມູນເຂົ້າໃນການ ເຝິກອົບຮົມໃຫ້ແກ່ບັນດາຜູ້ເຂົ້າຮ່ວມທັງຫມົດ.
    ຜູ້ເຂົ້າຮ່ວມເຝິກອົບຮົມສໍາຫລວດບໍ່ນໍ້າສ້າງທີ່ຖືກຂຸດເຈາະໃກ້ກັບວິທະຍາເຂດຂອງມະຫາວິທະຍາໄລຂອນແກ່ນ. ບໍ່ນໍ້າດັ່ງກ່າວໄດ້ຖືກຂຸດເຈາະເພື່ອເກັບກໍາຂໍ້ມູນເຂົ້າໃນການ ເຝິກອົບຮົມໃຫ້ແກ່ບັນດາຜູ້ເຂົ້າຮ່ວມທັງຫມົດ.
  • ທ່ານ ນາງ ເກວະລີ ໂພຣເຂີນ, ຫົວຫນ້າ ແລະ ນັກສຶກສາ ປະລິນຍາເອກທີ່ສູນຄົ້ນຄ້ວານໍ້າໃຕ້ດິນ, ມະຫາວິທະຍາໄລ ຂອນແກ່ນ, ໄດ້ໃຫ້ຄວາມຮູ້ກ່ຽວກັບຂະບວນການກວດກາ ຄຸນນະພາບນໍ້າ, ເຊິ່ງເລີ່ມຈາກ ການເກັບຕົວຢ່າງນໍ້າຈາກບໍ່ ນໍ້າສ້າງ ໄປເຖິງການເກັບມ້ຽນຕົວຢ່າງເພື່ອເຂົ້່າຫ້ອງວິໄຈ.
    ທ່ານ ນາງ ເກວະລີ ໂພຣເຂີນ, ຫົວຫນ້າ ແລະ ນັກສຶກສາ ປະລິນຍາເອກທີ່ສູນຄົ້ນຄ້ວານໍ້າໃຕ້ດິນ, ມະຫາວິທະຍາໄລ ຂອນແກ່ນ, ໄດ້ໃຫ້ຄວາມຮູ້ກ່ຽວກັບຂະບວນການກວດກາ ຄຸນນະພາບນໍ້າ, ເຊິ່ງເລີ່ມຈາກ ການເກັບຕົວຢ່າງນໍ້າຈາກບໍ່ ນໍ້າສ້າງ ໄປເຖິງການເກັບມ້ຽນຕົວຢ່າງເພື່ອເຂົ້່າຫ້ອງວິໄຈ.
  • ອຸປະກອນຕ່າງໆທີ່ໃຊ້ເຂົ້າໃນການລົງສໍາຫລວດພາກສະຫນາມ ຢູ່ສູນຄົ້ນຄ້ວານໍ້າໃຕ້ດິນ, ມະຫາວິທະຍາໄລຂອນແກ່ນ.
    ອຸປະກອນຕ່າງໆທີ່ໃຊ້ເຂົ້າໃນການລົງສໍາຫລວດພາກສະຫນາມ ຢູ່ສູນຄົ້ນຄ້ວານໍ້າໃຕ້ດິນ, ມະຫາວິທະຍາໄລຂອນແກ່ນ.
  • ທ່ານ ສິນໄຊ ວົງພະຈັນ (ຂວາມື), ອາຈານສອນທີ່ ພາກວິຊາ ວິສະວະກຳແຫລ່ງນໍ້າ, ຄະນະວິສະວະກໍາສາດ, ມະຫາວິທະຍາໄລ ແຫ່ງຊາດ, ຮັບໃບຢັ້ງຢືນຈົບການເຝິກອົບຮົມໄລຍະສັ້ນ ມອບໂດຍ ທ່ານ ຮອງສາດສະດາຈານ ຫລ້າ ອັດວິໄຈ, ອໍານວຍການສູນຄົ້ນຄ້ວານໍ້າໃຕ້ດິນ.
    ທ່ານ ສິນໄຊ ວົງພະຈັນ (ຂວາມື), ອາຈານສອນທີ່ ພາກວິຊາ ວິສະວະກຳແຫລ່ງນໍ້າ, ຄະນະວິສະວະກໍາສາດ, ມະຫາວິທະຍາໄລ ແຫ່ງຊາດ, ຮັບໃບຢັ້ງຢືນຈົບການເຝິກອົບຮົມໄລຍະສັ້ນ ມອບໂດຍ ທ່ານ ຮອງສາດສະດາຈານ ຫລ້າ ອັດວິໄຈ, ອໍານວຍການສູນຄົ້ນຄ້ວານໍ້າໃຕ້ດິນ.
ຜູ້ເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລືສົນທະນາເຖິງຫລາກຫລາຍບັນຫາທີ່ຍົກຂຶ້ນເພື່ອໃຊ້ເຂົ້າໃນການປັບປຸງແຜນງານຂອງ ໂຄງການ “ການຊົມໃຊ້ນໍ້າໃຕ້ດິນເຂົ້າໃນການກະສິກຳ ໃນປະເທດລາວ”, ໃນລະຫວ່າງວັນທີ 5 ແລະ 7 ກັນຍາ 2012.
ຜູ້ເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລືສົນທະນາເຖິງຫລາກຫລາຍບັນຫາທີ່ຍົກຂຶ້ນເພື່ອໃຊ້ເຂົ້າໃນການປັບປຸງແຜນງານຂອງ ໂຄງການ “ການຊົມໃຊ້ນໍ້າໃຕ້ດິນເຂົ້າໃນການກະສິກຳ ໃນປະເທດລາວ”, ໃນລະຫວ່າງວັນທີ 5 ແລະ 7 ກັນຍາ 2012.
Visitors Since 23 September 2013

ນໍ້າໃຕ້ດິນໄດ້ຮັບການຊົມໃຊ້ເພີ່ມຂຶ້ນໃນທົ່ວໂລກຢ່າງຕໍ່ເນື່ອງ ແລະ ນໍ້າໃຕ້ດິນກໍາລັງມີ ພາລະບົດບາດຫນ້າທີ່ ທີ່ສໍາຄັນເພີ່ມຂຶ້ນ ໃນການເປັນແຫລ່ງສະຫນອງນໍ້າສໍາຮອງ ໃນຄົວເຮືອນຢູ່ຕາມຊົນນະບົດ. ນໍ້າໃຕ້ດິນມີຄຸນຄ່າອັນໃຫຍ່ຫລວງໃນການຊົມໃຊ້ໃນລະດູ ແລ້ງ ແລະ ຍັງເປັນແຫລ່ງສະຫນອງນໍ້າສໍາຮອງໃນຊ່ວງລະດູຝົນ ເຂົ້າໃນການເຮັດ ຊົນລະປະທານໃນຫລາຍປະເທດ, ເນື່ອງຈາກວ່າ ລະບົບນໍ້າໃຕ້ດິນມີຄວາມສ່ຽງຕໍ່າ ແລະ ໄດ້ຮັບຜົນກະທົບຫນ້ອຍກວ່າການສະຫນອງນໍ້າຈາກຫນ້າດິນ ຈາກການປ່ຽນແປງສະພາບ ດິນຟ້າອາກາດ.

ການຊົມໃຊ້ນໍ້າໃຕ້ດິນເຂົ້າໃນການກະສິກໍາທີ່ໃຊ້ລະບົບຊົນລະປະທານຢູ່ ສ.ປ.ປ. ລາວ ແມ່ນຍັງຖືກຈໍາກັດຢູ່ກັບການເຮັດຊົນລະປະທານຂະຫນາດນ້ອຍແບບສວນຄົວ ໂດຍການ ຊົມໃຊ້ນໍ້າສ້າງເຂົ້າໃນການສະຫນອງນໍ້າໃນຄົວເຮືອນເທົ່ານັ້ນ, ເຖິງແມ່ນວ່າ ປະເທດລາວ ຈະເປັນປະເທດທີ່ເຮັດການກະສິກໍາເປັນຕົ້ນຕໍກໍ່ຕາມ.

ໂດຍການປະສານງານ ແລະ ຮ່ວມມືກັບຫລາຍພາກສ່ວນ, ລັດຖະບານແຫ່ງ ສ.ປ.ປ. ລາວ ໄດ້ວາງເປົ້າຫມາຍໃນການພັດທະນາລະບົບຊົນລະປະທານໃຫ້ເປັນຫນຶ່ງໃນຍຸດທະສາດທີ່ສໍາຄັນໃນການພັດທະນາການດໍາລົງຊີວິດ ແລະ ສົ່ງເສີມເສດຖະກິດ ຂອງປະຊາຊົນໃນເຂດ ຊົນນະບົດ, ພ້ອມທັງວາງເປົ້າຫມາຍໃນການບັນລຸເປົ້າຫມາຍສະຫັດສະວັດ. ພາຍໃຕ້ ເປົ້່າຫມາຍດັ່ງກ່າວນີ້, ທີມງານໂຄງການຂອງພວກເຮົາຈຶ່ງໄດ້ເລັງໃສ່ການສ້າງສະພາບ ແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ຊາວກະສິກອນຂະຫນາດນ້ອຍ ເພື່ອໃຫ້ເຂົ້າເຖິງນໍ້າໃຕ້ດິນ ເພື່ອໃຊ້ເຂົ້າໃນການກະສິກໍາໂດຍຜ່ານລະບົບຊົນລະປະທານໃນຊ່ວງລະດູແລ້ງ ແລະ ເປັນການສະຫນອງນໍ້າເສີມໃນລະດູຝົນ. ເປົ້າຫມາຍຕົ້ນຕໍແມ່ນເພື່ອສະຫນອງ ແລະ ຍົກສູງ ການຮັບປະກັນດ້ານສະບຽງອາຫານ ແລະ ໂພສະນາການ ພ້ອມກັບການພັດທະນາ ຄຸນນະພາບການດໍາລົງຊີວິດຂອງຊຸມຊົນໃນເຂດຊົນນະບົດໃນ ສ.ປ.ປ. ລາວ.

ເນື້ອຄວາມສໍາຄັນຂອງໂຄງການດັ່ງກ່າວນີ້ແມ່ນວິທີການສົ່ງເສີມການພັດທະນາແບບ ຍືນຍົງ ທີ່ສ້າງຜົນກະທົບທີ່ຫນ້ອຍທີ່ສຸດ ຕໍ່ກັບຂະແຫນງການ ແລະ ພາກສ່ວນອື່ນໆ ເຊິ່ງລວມທັງ ສະພາບແວດລ້ອມ.