ບ້ານ ແອກຊ້າງ, ເມືອງ ໂພນໂຮງ, ແຂວງ ວຽງຈັນ
ບ້ານ ແອກຊ້າງ, ເມືອງ ໂພນໂຮງ, ແຂວງ ວຽງຈັນ
ບ້ານແອກຊ້າງຕັ້ງຢູ່ຫ່າງຈາກ ນະຄອນຫລວງວຽງຈັນ ໄປທາງພາກເຫນືອປະມານ 50 ກິໂລແມັດ ໃກ້ກັບ ຖະຫນົນເລກທີ13 ເຊິ່ງເຊື່ອມຕໍ່ລະຫວ່າງ ແຂວງ ວຽງຈັນ ແລະ ແຂວງ ຫລວງພະບາງ.
ບ້ານແອກຊ້າງເປັນບ້ານເປົ້າຫມາຍຫນຶ່ງ ທີ່ໄດ້ຮັບການຄັດເລືອກໃຫ້ເປັນເຂດສຶກສາຂອງໂຄງການ ເນື່ອງຈາກ ຄວາມຕ້ອງການດ້ານແຫລ່ງນໍ້າສໍາຮອງ ເພື່ອສະຫນອງນໍ້າໃຫ້ແກ່ການກະສິກໍາ, ການເຂົ້າເຖິງນໍ້າຫນ້າດິນທີ່ຈໍາກັດ, ແລະ ຍັງເປັນເຂດທີ່ບໍ່ເຫມາະສົມໃນການຈັດຫານໍ້າຂະຫນາດໃຫຍ່ ໂດຍມີຄ່າໃຊ້ຈ່າຍທີ່ສູງໃນການເຮັດລະບົບ ຊົນລະປະທານເພື່ອຮອງຮັບ. ບ້ານແອກຊ້າງເປັນເຂດທີ່ມີລະບົບໄຟຟ້າເຂົ້າເຖິງ, ແຕ່ບໍ່ມີລະບົບນໍ້າປາປາ. ການຊົມໃຊ້ນໍ້າໃຕ້ດິນຈາກນໍ້າສ້າງຈຶ່ງຖືວ່າເປັນທາງເລືອກທີ່ດີ ແລະ ປະຫຍັດທີ່ສຸດ.