Agricultural Groundwater Use in Laos

ໂຄງການ ການຊົມໃຊ້ນໍ້າໃຕ້ດິນເຂົ້າໃນການກະສິກຳໃນປະເທດລາວ

ແນວທາງຄົ້ນຄ້ວາ

ໂຄງການນີ້ໄດ້ວາງເປົ້າຫມາຍເບື້ອງຕົ້ນ ທີ່ຈະສູມໃສ່ ສາມ ແຂວງ ເຊິ່ງໄດ້ແກ່ ແຂວງ ວຽງຈັນ, ບໍລິຄໍາໄຊ ແລະ ຈໍາປາສັກ ເພື່ອເປັນສະຖານທີ່ສຶກສາ ແລະ ເປັນຕົວແບບ, ພ້ອມທັງໄດ້ວາງເປົ້າຫມາຍທີ່ຈະຂະຫຍາຍຂອບເຂດໃຫ້ກ້ວາງຂຶ້ນ ໂດຍສະເພາະແມ່ນກິດຈະກໍາການສຶກສາຂອງໂຄງການທີ່ກ່ຽວພັນກັບ ເສດຖະກິດ-ສັງຄົມ ແລະ ການຄຸ້ມຄອງ.


ໂຄງການດັ່ງກ່າວນີ້ ກວມເອົາເຂດສຶກສາເກືອບທົ່ວປະເທດ ແລະ ຈະໄດ້ນຳໃຊ້ຄອມພິວເຕີ ແລະ ແບບຈຳລອງເຂົ້າໃນການວິເຄາະ ແລະ ສົມທົບກັບການລົງສຳຫລວດຕົວຈິງຢູ່ສະຫນາມ ໃນແຂວງເປົ້າຫມາຍ. ຜົນຂອງການວິໄຈດັ່ງກ່າວນີ້ ຈະຍັງຊ່ວຍໂຄງການອື່ນທີ່ແນໃສ່ເພື່ອເສີມສ້າງຄວາມເຂົ້າໃຈຕໍ່ກັບນໍ້າໃຕ້ດິນ ໂດຍສະເພາະແມ່ນການປະສົມປະສານການຄຸ້ມຄອງຊັບພະຍາກອນແຫລ່ງນໍ້າ ແລະ ເພື່ອສະຫນອງຂໍ້ມູນພື້ນຖານໃຫ້ແກ່ການສ້າງແຜນແມ່ບົດໃນການຄຸ້ມຄອງບໍລິຫານຊັບພະຍາກອນແຫລ່ງນໍ້າ ແລະ ສິ່ງແວດລ້ອມ.


ກິດຈະກໍາຕ່າງໆເຫລົ່ານີ້ແມ່ນໄດ້ກວມເອົາ ຫົກ ຈຸດປະສົງຫລັກ ທີ່ມີການພົວພັນເຊິ່ງກັນແລະກັນຢ່າງຕໍ່ເນື່ອງ ເຊິ່ງກວມເອົາດ້ານວິຊາສະເພາະ, ເສດຖະກິດ-ສັງຄົມ, ສະຖາບັນ ແລະ ການພັດທະນາຄວາມອາດສາມາດຕ່າງໆ.


1. ການປະເມີນ ແລະ ຈັດບູລິມະສິດພື້ນທີ່ ທີ່ເຫມາະສົມ:

ເປົ້າຫມາຍນີ້ແມ່ນເພື່ອຄັດເລືອກເອົາພື້ນທີ່ ທີ່ເຫມາະສົມ ໃນການພັດທະນານໍ້າໃຕ້ດິນ ໂດຍການຄໍານຶງເອົາ ຫລາຍປັດໃຈ ທີ່ບໍ່ພົວພັນເຖິງ ທໍລະນີວິທະຍາສາດທາງນໍ້າ ເຊິ່ງໄດ້ແກ່ ດິນ, ການນໍາໃຊ້ດິນ, ຄວາມເປັນໄປໄດ້ ດ້ານການຊົນລະປະທານ, ການເຂົ້າເຖິງຕະຫລາດ ແລະ ອື່ນໆ. ໃນຂອບເຂດທົ່ວປະເທດ ເຕັກນິກດ້ານ RS ແລະ GIS ລວມທັງ ການລົງພາກສະຫນາມ ຈະໄດ້ຖືກນໍາໃຊ້ເຂົ້າໃນການສ້າງແຜນທີ່ ທີ່ເຫມາະສົມ ໃນການພັດທະນາ ນໍ້າໃຕ້ດິນ. ໃນຂັ້ນທ້ອງຖິ່ນ, ຂໍ້ມູນທັງໃຫມ່ ແລະ ທີ່ມີຢູ່ແລ້ວຈະໄດ້ຮັບການເກັບກໍາ-ສັງລວມ ແລະ ຈັດເກັບໃຫ້ເປັນ ລະບົບຖານຂໍ້ມູນ ເປັນຢ່າງດີ.

2. ການປະເມີນໂຄງການທົດລອງ:

ໂຄງການທົດລອງການນໍາໃຊ້ນໍ້າໃຕ້ດິນເຂົ້າໃນການ ກະສິກໍາໃນສອງເຂດແມ່ນໄດ້ເລີ່ມຈັດຕັ້ງປະຕິບັດ ແລະ ຕິດຕາມທາງດ້ານວິຊາການ ແລະ ເສດຖະກິດ -ສັງຄົມ. ເຂດສຶກສາແຫ່ງຫນຶ່ງແມ່ນຢູ່ເຂດພື້ນທີ່ຕໍ່າໃນແຂວງ ວຽງຈັນ ແລະ ອີກແຫ່ງຫນຶ່ງແມ່ນຢູ່ເຂດພື້ນທີ່ສູງໃນແຂວງ ບໍລິຄໍາໄຊ, ໂດຍມີ ຊຸມຊົນເຂົ້າຮ່ວມໃນການຈັດຕັ້ງ ປະຕິບັດວຽກງານຕ່າງໆ ພ້ອມທັງ ການຄຸ້ມຄອງນໍ້າໃຕ້ດິນ ໃຫ້ມີປະສິດທິພາບດີຂຶ້ນ.

3. ໂອກາດ ແລະ ຂໍ້ຫຍຸ້ງຍາກ ໃນການນໍາໃຊ້ນໍ້າໃຕ້ດິນເຂົ້າໃນການກະສິກໍາ:

ໂຄງການນີ້ຍັງມີເປົ້າຫມາຍທີ່ຈະສ້າງຄວາມເຂົ້າໃຈເພີ່ມຕື່ມທາງດ້ານເສດຖະກິດ-ສັງຄົມ ໃນການນໍາໃຊ້ນໍ້າໃຕ້ດິນ ເຂົ້າໃນການກະສິກໍາ. ໂຄງການນີ້ຍັງມີເປົ້າຫມາຍທີ່ຈະຊອກຮູ້ເຖິງບັນຫາຕ່າງໆທີ່ຖ່ວງດຶງການພັດທະນານໍ້າໃຕ້ດິນ ຈົນຮອດປະຈຸບັນ ໂດຍລະອຽດ. ກິດຈະກໍາຫລັກລວມມີ ການວິເຄາະລະບົບການກະສິກໍາໃນຂັ້ນຄົວເຮືອນ ແລະ ຂັ້ນບ້ານ, ການສຶກສາແນວຄວາມຄິດຂອງຫລາຍພາກສ່ວນ ທີ່ມີຕໍ່ກັບນໍ້າໃຕ້ດິນ ແລະ ການຊົມໃຊ້ ເຂົ້າໃນການ ກະສິກໍາ ແລະ ຄົວເຮືອນ, ແລະ ການຈັດກຸ່ມສົນທະນາບັນຫາ.

4. ການຄຸ້ມຄອງ ແລະ ນະໂຍບາຍນໍ້າໃຕ້ດິນ:

ເປົ້າຫມາຍນີ້ປະກອບມີການປະເມີນລະບຽບການ ແລະ ນະໂຍບາຍຕ່າງໆທີ່ມີຢູ່ໂດຍລະອຽດ (ທັງພາຍໃນ ແລະ ນອກຂອບເຂດຂະແຫນງການນໍ້າ), ແລະ ຄວາມສອດຄ່ອງຕໍ່ກັບສະພາບທີ່ມີການຊົມໃຊ້ນໍ້າທີ່ເພີ່ມຂຶ້ນໃນຂະແຫນງ ກະສິກໍາ ແລະ ຂະແຫນງການຍ່ອຍ ອື່ນໆ. ກິດຈະກໍາຫລັກລວມມີການສຶກສາວິໄຈບົດ, ການສໍາພາດ, ການລົງ ສະຫນາມ ແລະ ການຈັດສໍາມະນາຂັ້ນທ້ອງຖິ່ນ. ການສຶກສາປຽບທຽບ ແລະ ແລກປ່ຽນບົດຮຽນຕ່າງໆແມ່ນ ຖອດຖອນຈາກພາກພື້ນອື່ນ (ເຊັ່ນ ອາຊີໃຕ້) ທີ່ມີການນໍາໃຊ້ນໍ້າໃຕ້ດິນຢ່າງຫລວງຫລາຍ.

5. ການປະເມີນ ແລະ ແບບຈໍາລອງແບບຍືນຍົງ:

ການປະເມີນຄວາມຍືນຍົງຂອງຊັບພະຍາກອນນໍ້າໃຕ້ດິນກ່ຽວກັບນໍ້າໃນການເພີ່ມລະບົບຜົນລະປູກ ແມ່ນໄດ້ຄໍານຶງ ເຖິງອັດຕາການຄືນຕົວຂອງນໍ້າໃຕ້ດິນ ໂດຍທໍາມະຊາດ, ປະເພດຜົນລະປູກ, ເຂດທີ່ຈະໄດ້ຮັບຊົນລະປະທານ ແບບຍືນຍົງ, ຜູ້ນໍາໃຊ້ນໍ້າອື່ນໆ, ບັນຫາຄຸນນະພາບ ນໍ້າ ແລະ ຫມາກຜົນທາງດ້ານລະບົບນິເວດວິທະຍາ/ສະພາບ ແວດລ້ອມ. ວິທີການວິເຄາະແບບປະຖົມປະຖານເພື່ອປະເມີນການຄືນຕົວຂອງຊັບພະຍາກອນ ແມ່ນໄດ້ຮັບການ ທົດສອບໄປຄຽງຄູ່ກັບວິທີການດ້ານສະຖິຕິຕ່າງໆ.

6. ການສ້າງຄວາມອາດສາມາດ, ການເຝິກອົບຮົມ ແລະ ເສີມສ້າງສະຖາບັນຕ່າງໆ:

ຄວາມອາດສາມາດພາຍໃນຂະແຫນງການຍ່ອຍຂອງນໍ້າໃຕ້ດິນແມ່ນຍັງຕໍ່າຫລາຍ. ໂຄງການໄດ້ຈັດການ ເຝິກອົບຮົມສະເພາະດ້ານໃຫ້ສະມາຊິກ ແລະ ຜູ້ໄດ້ຮັບຜົນປະໂຫຍດຫລັກອື່ນໆ ເຊິ່ງກວມເອົາດ້ານທິດສະດີ ແລະ ພາກປະຕິບັດ ບໍ່ວ່າຈະເປັນດ້ານຄວາມຮູ້ເບື້ອງຕົ້ນຂອງແບບຈໍາລອງ ເຖິງ ການບໍລິຫານຈັດການ ແລະ ຫົວຂໍ້ ສະເພາະດ້ານອື່ນໆ. ການລົງພາກສະຫນາມເພື່ອສ້າງການພົວພັນ ແລະ ຖອດຖອນບົດຮຽນນໍາບັນດາໂຄງການອື່ນ ໃນປະເທດອ້ອມຂ້າງກໍ່ໄດ້ຮັບການຈັດຂຶ້ນ. ໂຄງການນີ້ຍັງໄດ້ຊ່ວຍສົ່ງເສີມສະມາຊິກຄົນລາວໃຫ້ເຂົ້າເຖິງການສຶກສາ ຂັ້ນສູງ ແລະ ໂອກາດໃນການເຝິກງານຕ່າງໆ, ພ້ອມນັ້ນຍັງໄດ້ຮັບຄວາມສົນໃຈຈາກນັກສຶກສາຕ່າງປະເທດອີກດ້ວຍ.


ວິທີການເກັບຂໍ້ມູນ

ວິທີການຕົ້ນຕໍໃນການເກັບກໍາຂໍ້ມູນແມ່ນລວມມີ:

  • ການນຳໃຊ້ຄອມພິວເຕີເຂົ້າໃນການວິເຄາະ;
  • ການລົງສຳຫລວດບັນດາຫນ່ວຍງານຂັ້ນສູນກາງ ແລະ ພາກພື້ນເພື່ອເກັບຂໍ້ມູນ;
  • ການເກັບກໍາຂໍ້ມູນກ່ຽວກັບດິນ, ການຈັດສັນທີ່ດິນ, ສະພາບດິນຟ້າອາກາດ (ລວມທັງຄວາມສ່ຽງຕໍ່ກັບໄພແຫ້ງແລ້ງ/ນໍ້າຖ້ວມ), ການຕັ້ງຫລັກປັກຖານໃນເຂດຊົນນະບົດ, ເຂດການດໍາລົງຊີວິດ ແລະ ການກະສິກໍາ;
  • ການຈັດການສໍາພາດກັບກຸ່ມຕົວຢ່າງຄົວເຮືອນ ແລະ ເຈົ້າຫນ້າທີ່ທ້ອງຖິ່ນ ເພື່ອເກັບເອົາຂໍ້ມູນກ່ຽວກັບ ສະພາບດິນຟ້າອາກາດ, ລະດັບນໍ້າໃຕ້ດິນ, ຄຸນນະພາບ ແລະ ການຊົມໃຊ້; ອັດຕາການ ຄືນໂຕຂອງນໍ້າໃຕ້ດິນ ຈາກແຫລ່ງກະຈາຍນໍ້າ ຫລື ແຫລ່ງນໍ້າທ້ອງຖິ່ນ; ຮູບແບບການປູກພືດຜົນ; ແລະ ລາຍຮັບລວມຍອດ ແລະ ສຸດທິ ຈາກການກະສິກໍາ ເພື່ອໃຊ້ປະເມີນການຜະລິດ, ຄວາມຫລາກຫລາຍ ແລະ ຄວາມຍືນຍົງ ບົນພື້ນຖານຄວາມຮູ້ໃນການຜະລິດຕາມລະດູການ;
  • ແບບສອບຖາມເຊິ່ງຈະໄດ້ຮ່າງຂຶ້ນເພື່ອໃຊ້ເຂົ້າໃນການສອບຖາມກຸ່ມຕົວຢ່າງຄົວເຮືອນ ເພື່ອຍາດເອົາຂໍ້ມູນກ່ຽວກັບ ລັກສະນະເສດຖະກິດ-ສັງຄົມ, ຄວາມອາດສາມາດໃນການເຂົ້າເຖິງການບໍລິການພື້ນຖານໂຄງລ່າງ, ທັດສະນະຄະຕິກ່ຽວກັບການຊົມໃຊ້ນໍ້າໃຕ້ດິນຂອງແຕ່ລະຄົວເຮືອນ;
  • ການເກັບກໍາລະບົບຂໍ້ມູນ ເຊິ່ງລວມມີການວິເຄາະຂໍ້ມູນສໍາຮອງ ເພື່ອໃຊ້ເຂົ້າໃນ ບົດວິເຄາະນະໂຍບາຍ, ວາງໂຄງຮ່າງສະຖາບັນ, ສໍາພາດ (ຊາວກະສິກອນ) ແລະ ອື່ນໆ;
  • ການປະເມີນພາລະບົດບາດຂອງບັນດາກຸ່ມຜູ້ທີ່ໄດ້ຮັບຜົນປະໂຫຍດ ລວມເຖິງກຸ່ມຊາວກະສິກອນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ບັນດາກຸ່ມເອກະຊົນອື່ນໆ.


ວິທີການວິເຄາະຂໍ້ມູນ

ການວິເຄາະຂໍ້ມູນແມ່ນໄດ້ອາໄສ:

  • ເຕັກນິກການວິເຄາະຮູບຖ່າຍຈາກດາວທຽມ (remote sensing) ແລະ ລະບົບ Arc GIS ເພື່ອຊອກຫາຈຸດທີ່ຈະພັດທະນານໍ້າໃຕ້ດິນ;
  • ການເຂົ້າໃຈເຖິງນະໂຍບາຍຂອງພາກລັດ ແລະ ການຈັດຕັ້ງສະຖາບັນຕ່າງໆທີ່ມີຢູ່ ເພື່ອບັນລຸເປົ້າຫມາຍພັດທະນາສູນກາງ ແລະ ຍຸດທະສາດສໍາຮອງໃນການນໍາໃຊ້ນໍ້າເຂົ້າໃນການກະສິກໍາໃນຂັ້ນຄົວເຮືອນ;
  • ຕົວແບບວິເຄາະທີ່ສະແດງໃຫ້ເຫັນເຖິງລະບົບນໍ້າໃຕ້ດິນ ແລະ ຍຸດທະສາດການຊົມໃຊ້;
  • ຜົນຂອງຕົວແບບສະພາບດິນຟ້າອາກາດ ເຊິ່ງຈະໄດ້ໃຊ້ເປັນຂໍ້ມູນໃຫ້ແກ່ ຕົວແບບນໍ້າໃຕ້ດິນ ເພື່ອປະເມີນຜົນກະທົບຂອງການປ່ຽນແປງຂອງສະພາບດິນຟ້າອາກາດໃນອານາຄົດ ຕໍ່ກັບ ຜົນຜະລິດແບບຍືນຍົງ;
  • ວິທີປະສົມປະສານ ນໍ້າ-ກະສິກໍາ-ເສດຖະກິດ ເພື່ອໃຊ້ເຂົ້າໃນການເລືອກພືດ ເພື່ອຮັກສາລະດັບຄວາມເຄັມຂອງນໍ້າໃຫ້ຢູ່ໃນລະດັບຕໍ່າທີ່ຍອມຮັບໄດ້.