ຂ່າວເຫດການຕ່າງໆ
ຂ່າວເຫດການຕ່າງໆ
ເຝິກງານກັບສະຖາບັນຄຸ້ມຄອງນໍ້າສາກົນ
ນັກຮຽນທ່ານໃດສົນໃຈເປັນສ່ວນຫນຶ່ງຂອງໂຄງການ “ສ້າງຄວາມເຂັ້ມແຂງ ແລະ ເພີ່ມຜົນ ຜະລິດກະສິກໍາ ທີ່ອີງໃສ່ນໍ້າຝົນເປັນຫລັກ ໃນ ສ.ປ.ປ. ລາວ ໂດຍຜ່ານການນໍາໃຊ້ນໍ້າໃຕ້ດິນ ແບບ ຍືນຍົງ” ໂດຍຈະໄດ້ຮ່ວມງານກັບສະມາຊິກໂຄງການ ສາມາດເລືອກຫນຶ່ງໃນຫົວຂໍ້ຂ້າງລຸ່ມນີ້:
1) ກິດຈະກໍາພາກສະຫນາມເພື່ອປະເມີນຄວາມເປັນໄປໄດ້ທາງດ້ານເຕັກນິກ ແລະ ເສດຖະກິດ ຂອງ ຊົນລະປະທານຂະຫນາດນ້ອຍ ຢູ່ແຂວງ ວຽງຈັນ ແລະ ບໍລິຄໍາໄຊ
2) ຂໍ້ມູນດ້ານສັງຄົມ ແລະ ນະໂຍບາຍ ໃນການພັດທະນາ ລະບົບຊົນລະປະທານນໍ້າໃຕ້ດິນ ໃນຂັ້ນຊຸມຊົນ ທີ່ມີຄວາມເປັນໄປໄດ້ ແລະ ຍືນຍົງ
3) ການຄາດຄະເນ ແລະ ຮູບແບບການໄຫລຂອງນໍ້າໃຕ້ດິນໃນຂົງເຂດພາກພື້ນ
4) ການພັດທະນາເຄື່ອງມື ແລະ ອຸປະກອນການສື່ສານມວນຊົນຕ່າງໆ
ຂໍ້ມູນເພີ່ມເຕີມ ສາມາດເອົາໄດ້ທີ່:
ກອງປະຊຸມນໍ້າໃຕ້ດິນ
ໂຄງການສ້າງຄວາມເຂັ້ມແຂງ ແລະ ເພີ່ມຜົນຜະລິດກະສິກໍາ ທີ່ອີງໃສ່ນໍ້າຝົນເປັນຫລັກ ໃນ ສ.ປ.ປ. ລາວ ໂດຍຜ່ານ ການນໍາໃຊ້ນໍ້າໃຕ້ດິນແບບຍືນຍົງ ໄດ້ສໍາເລັດກອງປະຊຸມໂຄງການເຊິ່ງໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 3 ຫາ 4 ເມສາ 2014, ທີ່ນະຄອນຫລວງວຽງຈັນ, ສ.ປ.ປ. ລາວ, ທີ່ຜ່ານມາ.
ຈຸດປະສົງຕົ້ນຕໍຂອງກອງປະຊຸມດັ່ງກ່າວນີ້ແມ່ນເພື່ອຖອດຖອນບົດຮຽນ, ຄວາມສໍາເລັດ ແລະ ສິ່ງທ້າທາຍຕ່າງໆ ພາຍໃນປີ 2013 ທີ່ຜ່ານມາ. ຜົນສໍາເລັດບາງອັນທີ່ສາມາດຍາດມາໄດ້ລວມມີ ການສໍາເລັດຝຶກອົບຮົມໄລຍະສັ້ນ ຄັ້ງທີສອງກ່ຽວກັບ Groundwater Modeling and Application, ການສໍາຫລວດດ້ານ ເສດຖະກິດ-ສັງຄົມ ຢູ່ບ້ານ ແອກຊ້າງ, ການຍາດໄດ້ທຶນການສຶກສາໃນຂັ້ນປະລິນຍາເອກຢູ່ປະເທດອົດສະຕາລີໃຫ້ແກ່ສະມາຊິກຂອງໂຄງການ.
ຫມາກຜົນອື່ນໆຂອງໂຄງການຍັງລວມມີບົດຄົ້ນຄວ້າຕ່າງໆ ເຊັ່ນ:
* Asseldonk, M.W.J. van. 2013. Towards an understanding of how community participation leads to a greater sense of responsibility of the community in groundwater irrigation projects in Lao PDR: A case study from Ekxang village, Vientiane Province. BSc thesis on Future Planet Studies. The Netherlands: University of Amsterdam.
* Hydrogeosci Co. Ltd. 2013. An appraisal of groundwater irrigation prospects at THXP resettlement villages. Report to IWMI for Theun-Hinboun Power Company Ltd. (unpublished).
* Pavelic, P.; Kone, O.; Ongkeo, O. In prep. Pathways to realizing the potential for effective groundwater governance from the least developed country context of the Lao PDR. Water International (under review).
* Serre, L.-A. 2013. Impact of informal irrigation on the groundwater resources at the village scale on the Vientiane Plain, Lao PDR. Diploma thesis (French). France: ISTOM. [IWMI report is under preparation].
ກອງປະຊຸມນໍ້າໃຕ້ດິນໃນຄັ້ງນີ້ຍັງໄດ້ເປີດໂອກາດໃຫ້ບັນດາສະມາຊິກຂອງໂຄງການສະເຫນີແຜນງານທີ່ຈະປະຕິບັດ ໃນປີ 2014 ນີ້, ພ້ອມທັງ ຍັງເປັນໂອກາດອັນດີໃຫ້ ສະມາຊິກໃຫມ່ຂອງໂຄງການ ໄດ້ຮັບຂໍ້ມູນກ່ຽວເພີ່ມເຕີມກ່ຽວກັບ ໂຄງການອີກດ້ວຍ.
ກອງປະຊຸມເພື່ອສະຫລຸບບົດຄົ້ນຄວ້າການປະເມີນເບື້ອງຕົ້ນເຖິງຄວາມເປັນໄປໄດ້ໃນການພັດທະນານໍ້າໃຕ້ດິນຢູ່ບ້ານສົບພວນ ແລະ ໂພນທອງ ແຂວງ ບໍລິຄໍາໄຊ ແມ່ນໄດ້ຈັດຂຶ້ນທີ່ ມະຫາວິທະຍາໄລ ຂອນແກ່ນ, ປະເທດໄທ, ໃນວັນທີ 9 ສິງຫາ 2013. ກອງປະຊຸມດັ່ງກ່າວແມ່ນໄດ້ມີສະມາຊິກຂອງໂຄງການ “ສ້າງຄວາມເຂັ້ມແຂງ ແລະ ເພີ່ມຜົນຜະລິດ ກະສິກໍາ ທີ່ອີງໃສ່ນໍ້າຝົນເປັນຫລັກ ໃນ ສ.ປ.ປ. ລາວ ໂດຍຜ່ານການນໍາໃຊ້ນໍ້າໃຕ້ດິນແບບຍືນຍົງ” ເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວນີ້ໄດ້ຈັດຂຶ້ນເພື່ອເຜີຍແຜ່ຜົນຂອງການປະເມີນເບື້ອງຕົ້ນເຖິງຄວາມເປັນໄປໄດ້ໃນການຈັດຕັ້ງ ປະຕິບັດຂອງໂຄງການລະບົບຊົນລະປະມານນໍ້າໃຕ້ດິນໃນສອງບ້ານຍົກຍ້າຍໃນເຂດໂຄງການ ບໍລິສັດ ເທີນ-ຫີນບູນ ພາວເວີຈໍາກັດ ໃນ ສ.ປ.ປ. ລາວ.
ໂຄງການ ສ້າງຄວາມເຂັ້ມແຂງ ແລະ ເພີ່ມຜົນຜະລິດກະສິກໍາ ທີ່ອີງໃສ່ນໍ້າຝົນເປັນຫລັກ ໃນ ສ.ປ.ປ. ລາວ ໂດຍຜ່ານ ການນໍາໃຊ້ນໍ້າໃຕ້ດິນແບບຍືນຍົງ ໄດ້ເຊື້ອເຊີນ ບໍລິສັດ ຮາຍໂດຣຈີໂອຊາຍ ຈໍາກັດ ໃຫ້ເປັນຜູ້ຊີ້ນໍາ ໃນການສຶກສາ ຄົ້ນຄວ້າໃນຄັ້ງນີ້ ແລະ ເພື່ອປະເມີນຄວາມເປັນໄປໄດ້ໃນການຈັດຕັ້ງປະຕິບັດກິດຈະກໍາຕ່າງໆ ໃນເຂດສຶກສາດັ່ງກ່າວ. ບໍລິສັດ ຮາຍໂດຣຈີໂອຊາຍ ຈໍາກັດ ໄດ້ລາຍງານສະຫລຸບຕໍ່ກອງປະຊຸມວ່າ ການພັດທະນາລະບົບຊົນລະປະທານ ນໍ້າໃຕ້ດິນຢູ່ເຂດບ້ານໂພນທອງແມ່ນມີຄວາມເປັນໄປໄດ້. ແຕ່ວ່າ ການພັດທະນາດັ່ງກ່າວນີ້ ບໍ່ສາມາດປະຕິບັດໄດ້ ຢູ່ເຂດບ້ານ ສົບພວນ ເນື່ອງຈາກພູມສັນຖານຂອງບ້ານດັ່ງກ່າວ.
ໂຄງການ ສ້າງຄວາມເຂັ້ມແຂງ ແລະ ເພີ່ມຜົນຜະລິດກະສິກໍາ ທີ່ອີງໃສ່ນໍ້າຝົນເປັນຫລັກ ໃນ ສ.ປ.ປ. ລາວ ໂດຍຜ່ານ ການນໍາໃຊ້ນໍ້າໃຕ້ດິນແບບຍືນຍົງ ໄດ້ເຫັນດີໃນການເລີ່ມປະຕິບັດແຜນງານໃນບາດກ້າວທີສອງ ເຊິ່ງລວມມີ ການດໍາເນີນໂຄງການຊົນລະປະທານຕົວແບບໃນພື້ນທີ່ 30 ເຮັກຕາ. ແຜນງານດັ່ງກ່າວນີ້ລວມມີການຂຸດເຈາະ ແລະ ປະເມີນລະດັບນໍ້າຂອງບໍ່ນໍ້າບາດານ 3 ແຫ່ງ, ເຊິ່ງບໍ່ນໍ້າ 2 ແຫ່ງ ຈະຖືກນໍາໃຊ້ເຂົ້າໃນການກະສິກໍາ.
ທ່ານ ເຍັນສ໌ ໂຈຮານ ໂລເຈັນ, ຜູ້ຈັດການ ສັງຄົມ ແລະ ສິ່ງແວດລ້ອມ, ບໍລິສັດ ເທີນ-ຫີນບູນ ພາວເວີຈໍາກັດ, ໄດ້ໃຫ້ ຄວາມສົນໃຈເປັນຢ່າງສູງ, ພ້ອມທັງໃຫ້ຄໍາຫມັ້ນສັນຍາທີ່ຈະໃຫ້ຄວາມຮ່ວມມືຢ່າງເຕັມທີ່, ໃນການຂະຫຍາຍ ກິດຈະກໍາຊົນລະປະທານດັ່ງກ່າວໃຫ້ກວ້າງອອກ ໃນກໍລະນີທີ່ໂຄງການຕົວແບບໄດ້ຮັບຜົນສໍາເລັດທາງດ້ານເຕັກນິກ, ສັງຄົມ ແລະ ເສດຖະກິດ.
ກອງປະຊຸມລາຍງານຜົນການປະເມີນໃນຄັ້ງນີ້ ໄດ້ເລີ່ມຂຶ້ນໂດຍການຢ້ຽມຢາມເຂດສຶກສາລະບົບຊົນລະປະທານ ນໍ້າໃຕ້ດິນຢູ່ບ້ານ ນາຍົມ ເພື່ອຖອດຖອນບົດຮຽນທາງດ້ານລະບົບຊົນລະປະທານ ແລະ ການກະຈາຍນໍ້າ, ກ່ອນທີ່ຈະ ໄປຢ້ຽມຢາມບໍລິສັດບໍາບັດນໍ້າ ອິນເຕີ ເພື່ອສໍາຫລວດອຸປະກອນ ແລະ ເຄື່ອງມືຕ່າງໆ ທີ່ຈໍາເປັນໃນການພັດທະນາ ນໍ້າໃຕ້ດິນ.
ກອງປະຊຸມຄັ້ງນີ້ໄດ້ຮັບການຈັດຂຶ້ນໂດຍ ສະຖາບັນຄຸ້ມຄອງນໍ້າສາກົນ (IWMI) ຮ່ວມກັບ ສູນຄົ້ນຄວ້ານໍ້າໃຕ້ດິນ, ຄະນະເທັກໂນໂລຍີ, ມະຫາວິທະຍາໄລ ຂອນແກ່ນ ແລະ ບໍລິສັດ ຮາຍໂດຣຈີໂອຊາຍ ຈໍາກັດ. ຜູ້ເຂົ້າຮ່ວມກອງປະຊຸມ ໃນຄັ້ງນີ້ລວມມີຕົວແທນຈາກ ກົມ ຊົນລະປະທານ; ກົມ ຊັບພະຍາກອນນໍ້າ; ສະຖາບັນ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ບໍລິສັດ ເທີນ-ຫີນບູນ ພາວເວີຈໍາກັດ ແລະ ພາກວິຊາ ວິສະວະກໍາແຫລ່ງນໍ້າ, ຄະນະ ວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດ.
ການເຝິກອົບຮົມໄລຍະສັ້ນຄັ້ງທີ ສອງ ໃນຫົວຂໍ້ “Groundwater Modeling and Application”
ການເຝິກອົບຮົມໄລຍະສັ້ນຄັ້ງທີ ສອງ ໃນຫົວຂໍ້ “Groundwater Modeling and Application” ໄດ້ຈັດຂຶ້ນທີ່ສູນ ຄົ້ນຄວ້ານໍ້າໃຕ້ດິນ (ມະຫາວິທະຍາໄລ ຂອນແກ່ນ, ປະເທດ ໄທ) ໃນລະຫວ່າງວັນທີ 4 ຫາ 8 ພະຈິກ 2013, ທີ່ມີຕົວແທນ 9 ທ່ານ ເຂົ້າຮວ່ມ ເຊິ່ງມາຈາກ ສະຖາບັນ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (3 ທ່ານ); ກົມ ຊັບພະຍາກອນນໍ້າ (1 ທ່ານ); ກົມ ຊົນລະປະທານ (1 ທ່ານ); ພາກວິຊາ ວິສະວະກໍາແຫລ່ງນໍ້າ, ຄະນະ ວິສະວະກໍາ, ມະຫາວິທະຍາໄລແຫ່ງຊາດ (3 ທ່ານ); ແລະ ຄະນະ ວິທະຍາສາດ ສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ (1 ທ່ານ).
ເປົ້າຫມາຍຫລັກຂອງການເຝິກອົບຮົມໄລຍະສັ້ນໃນຄັ້ງນີ້ແມ່ນເພື່ອໃຫ້ຄວາມຮູ້ແກ່ຜູ້ເຂົ້າເຝິກອົບຮົມກ່ຽວກັບທິດ ສະດີໃນການນໍາໃຊ້ MODFLOW Flex ເພື່ອສ້າງແບບຈໍາລອງນໍ້າໃຕ້ດິນ ໂດຍການນໍາໃຊ້ຕົວຢ່າງເຝິກຫັດ, ແລະ ຍັງເປັນການແນະນໍາ ການບໍລິຫານຈັດການນໍ້າໃຕ້ດິນໂດຍການໃຊ້ເຕັກນິກ ການສ້າງແບບຈໍາລອງໂດຍນໍາໃຊ້ ກໍລະນີສຶກສາ.
ຫມາກຜົນຫລັກຈາກການເຝິກອົບຮົມໄລຍະສັ້ນໃນຄັ້ງນີ້ແມ່ນລວມມີການສ້າງພື້ນຖານຄວາມຮູ້ກ່ຽວກັບການນໍາໃຊ້ ແລະ ການສ້າງແບບຈໍາລອງນໍ້າໃຕ້ດິນ, ເອກະສານຄົ້ນຄວ້າຕ່າງໆ ເຊັ່ນວ່າ ເອກະສານບັນລະຍາຍ ແລະ ບົດອ່ານ ສໍາຄັນຕ່າງໆ, ການກະກຽມຄວາມພ້ອມໃຫ້ແກ່ທີມງານ ໂຄງການພັດທະນານໍ້າໃຕ້ດິນຢູ່ ສ.ປ.ປ. ລາວໃນອານາຄົດ, ແລະ ຍັງເປັນການສ້າງເຄື່ອຂ່າຍໃຫມ່ໆ.
ການເຝິກອົບຮົມໄລຍະສັ້ນຄັ້ງທີ I ໃນຫົວຂໍ້ “ຄວາມຮູ້ພື້ນຖານກ່ຽວກັບ ຊັບພະຍາກອນນໍ້າໃຕ້ດິນ”
“ການເຝິກອົບຮົມໄລຍະສັ້ນຄັ້ງທີ I ໃນຫົວຂໍ້ ຄວາມຮູ້ພື້ນຖານກ່ຽວກັບ ຊັບພະຍາກອນນໍ້າໃຕ້ດິນ” ແມ່ນໄດ້ຈັດຂຶ້ນທີ່ ສູນຄົ້ນຄວ້ານໍ້າໃຕ້ດິນ - ມະຫາວິທະຍາໄລ ຂອນແກ່ນ, ໃນລະຫວ່າງວັນທີ 22 ຫາ 25 ເມສາ 2013, ເພື່ອສ້າງຄວາມ ເຂົ້າໃຈເພີ່ມຕື່ມກ່ຽວກັບ ຫລັກວິທະຍາສາດ, ການພັດທະນາ ແລະ ການບໍລິຫານຈັດການນໍ້າໃຕ້ດິນ; ເສີມສ້າງ ຄວາມອາດສາມາດຂອງສະຖາບັນ ແລະ ບຸກຄະລາກອນ, ໂດຍສະເພາະ ແມ່ນບັນດາພາກສ່ວນທີ່ເນັ້ນຫນັກ ເລື່ອງນໍ້າໃຕ້ດິນ; ຂະຫຍາຍຄວາມອາດສາມາດໃນການສິດສອນ ແລະ ການຄົ້ນຄ້ວາໃຫ້ແກ່ຄູ່ຮ່ວມງານທີ່ມາຈາກ ພາກສ່ວນມະຫາວິທະຍາໄລ; ພ້ອມທັງຍັງເປັນການເສີມສ້າງຄວາມສາມັກຄີພາຍໃນໂຄງການນໍ້າໃຕ້ດິນອີກດ້ວຍ.
ການເຝິກອົບຮົມໃນຄັ້ງນີ້ແມ່ນເປັນການປະສົມປະສານກັນທາງດ້ານທິດສະດີ, ພາກປະຕິບັດ, ການເຂົ້າຫ້ອງຮຽນ ແລະ ການລົງພາກສະຫນາມຕົວຈິງ ໃນເຂດຄົ້ນຄ້ວາ ແລະ ໂຄງການຊົນລະປະທານຕ່າງໆ.
ສະມາຊິກຫລາຍກວ່າ 30 ທ່ານ ໄດ້ເຂົ້າຮ່ວມການເຝິກອົບຮົມໃນຄັ້ງນີ້ ເຊິ່ງມີຕົວແທນມາຈາກ ກົມ ຊົນລະປະທານ (ກະຊວງ ກະສິກໍາ ແລະ ປ່າໄມ້); ກົມ ຊັບພະຍາກອນນໍ້າ ແລະ ສະຖາບັນ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ); ພາກວິຊາ ວິສະວະກໍາແຫລ່ງນໍ້າ, ຄະນະ ວິສະວະກໍາ, ແລະ ຄະນະ ວິທະຍາສາດ ສິ່ງແວດລ້ອມ (ມະຫາວິທະຍາໄລແຫ່ງຊາດ), ພ້ອມທັງ ທີມງານຂອງ ສະຖາບັນຄຸ້ມຄອງນໍ້າສາກົນ (IWMI) ແລະ ທີມງານອີກ 14 ທ່ານ ຈາກ ສູນຄົ້ນຄວ້ານໍ້າໃຕ້ດິນ - ມະຫາວິທະຍາໄລ ຂອນແກ່ນ ກໍ່ໄດ້ເຂົ້າຮ່ວມເປັນເວລາ ສີ່ ວັນ.
ໂຄງການວິໄຈໃຫມ່ສູ້ຊົນເພື່ອຊ່ວຍເພີ່ມຜົນລະປູກ
ການສົ່ງເສີມການນຳໃຊ້ນໍ້າໃຕ້ດິນອາດຊ່ວຍເສີມລາຍຮັບໃຫ້ຊາວກະສິກອນ ແລະ ເສີມສ້າງການຮັບປະກັນດ້ານສະບຽງອາຫານໃນທົ່ວປະເທດ, ກ່າວໂດຍ ບັນດານັກຄົ້ນຄ້ວາ
ນະຄອນຫລວງວຽງຈັນ (29 ມັງກອນ 2013) — ໂຄງການວິໄຈໃຫມ່ເລັງໃສ່ຊອກຫາຊ່ອງທາງໃນການນຳໃຊ້ ແຫລ່ງນໍ້າໃຕ້ດິນພາຍໃນ ສ.ປ.ປ. ລາວ ແລະ ໃນການພັດທະນາແຫລ່ງນໍ້າໃຕ້ດິນເຂົ້າໃນການຊົນລະປະທານ.
ໂຄງການ ສ້າງຄວາມເຂັ້ມແຂງ ແລະ ເພີ່ມຜົນຜະລິດກະສິກຳທີ່ອີງໃສ່ນໍ້າຝົນເປັນຫລັກໃນ ສ.ປ.ປ. ລາວ ໂດຍຜ່ານການນຳໃຊ້ນໍ້າໃຕ້ດິນແບບຍືນຍົງ ເປັນໂຄງການວິໄຈຮ່ວມຂອງຫລາຍພາກສ່ວນ ທີ່ຈະປະເມີນປະລິມານ ຂອງນໍ້າໃຕ້ດິນໃນ ສ.ປ.ປ. ລາວ ແລະ ຊອກວິທີທີ່ຈະນຳໃຊ້ນໍ້າໃຕ້ດິນແບບຍືນຍົງ.
“ນໍ້າໃຕ້ດິນມີການນຳໃຊ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນທົ່ວໂລກ ແລະ ໄດ້ມີການຍອມຮັບວ່າ ກຳລັງມີບົດບາດຄວາມສຳຄັນ ທີ່ເພີ່ມຂຶ້ນໃນການເປັນແຫລ່ງນໍ້າສະຫນອງໃຫ້ຄົວເຮືອນທີ່ຢູ່ຕາມຊົນນະບົດ,” ກ່າວໂດຍ ທ່ານ ພໍຣ ພາເວີລິກ ຈາກ ສະຖາບັນຄຸ້ມຄອງນໍ້າສາກົນ (IWMI) ແລະ ຍັງເປັນ ຫົວຫນ້າທີມງານຄົ້ນຄ້ວາ. “ການນຳໃຊ້ນໍ້າໃຕ້ດິນເຂົ້າໃນ ການກະສິກຳພາຍໃນປະເທດແມ່ນຍັງຈຳກັດຢູ່ພຽງແຕ່ການເຮັດຊົນລະປະທານແບບສວນຄົວຂະຫນາດນ້ອຍເທົ່າ ນັ້ນ ໂດຍອາໄສນໍ້າສ້າງທີ່ສ້າງຂຶ້ນໃນການສະຫນອງນໍ້າພາຍໃນຄົວເຮືອນ. ແຕ່ວ່າ ພວກເຮົາເຊື່ອວ່າ ຄວາມອາດສາມາດໃນການພັດທະນານຳໃຊ້ນໍ້າໃຕ້ດິນເຂົ້າໃນການເພີ່ມຜົນລະປູກແມ່ນອາດມີຄວາມເປັນໄປໄດ້.”
ນໍ້າໃຕ້ດິນສຳຮອງແມ່ນນໍ້າທີ່ມີຢູ່ລຸ່ມພື້ນດິນທີ່ມີຢູ່ເກືອບທຸກແຫ່ງໃນ ສ.ປ.ປ. ລາວ ແຕ່ຍັງບໍ່ທັນໄດ້ຮັບການຂຸດຄົ້ນ ເນື່ອງຈາກການຂາດຂໍ້ມູນກ່ຽວກັບສະຖານທີ່ ທີ່ສາມາດເຂົ້າເຖິງນໍ້າໃຕ້ດິນ, ຄຸນນະພາບ ແລະ ຄ່າໃຊ້ຈ່າຍ ທີ່ເຫມາະສົມ ແລະ ການຂາດເຕັກນິກສະເພາະດ້ານຂອງຊາວນາ.
ໃນຫລາຍປະເທດໃກ້ຄຽງ ການນຳໃຊ້ນໍ້າໃຕ້ດິນແມ່ນມີຄວາມສຳຄັນຍິ່ງ ໃນການເຮັດຊົນລະປະທານໃນລະດູແລ້ງ ແລະ ຍັງເປັນແຫລ່ງສະຫນອງນໍ້າສຳຮອງ ໃນການເຮັດຊົນລະປະທານໃນລະດູຝົນ. ນອກຈາກນີ້ແລ້ວ ລະບົບ ນໍ້າໃຕ້ດິນຍັງມີຄວາມສ່ຽງຫນ້ອຍກ່ວາຕໍ່ກັບການປ່ຽນແປງຂອງສະພາບດິນຟ້າອາກາດ ຖ້າທຽບໃສ່ນໍ້າຫນ້າດິນ. ແຕ່ ທ່ານ ພາເວີລິກ ຍັງໄດ້ກ່າວວ່າ ຍັງມີບາງຈຸດທີ່ຕ້ອງຄວນລະວັງ, “ໃນຫລາຍປະເທດ ເຊັ່ນ ປະເທດ ອິນເດຍ, ຈີນ, ອີຣານ, ບັງກຣະເດັດສ ແລະ ປາກິດສຖານ, ທີ່ໄດ້ຊົມໃຊ້ນໍ້າໃຕ້ດິນ ຢ່າງຫລວງຫລາຍ ໃນຫລາຍທົດສະວັດທີ່ຜ່ານມາ, ເຮັດໃຫ້ການຫລຸດລົງຂອງລະດັບນໍ້າໃຕ້ດິນທີ່ກາຍລະດັບທີ່ເຫມາະສົມ ແລະ ນໍ້າເຄັມກໍ່ສາມາດ ເກີດຂຶ້ນໄດ້ຖ້າ ແຫລ່ງນໍ້າໃຕ້ດິນບໍ່ໄດ້ຮັບການບໍລິຫານຄຸ້ມຄອງແບບຍືນຍົງ. ນອກນັ້ນຍັງສົ່ງຜົນກະທົບໃນດ້ານລົບຕໍ່ເຂດດິນທາມ ແລະ ລະບົບນິເວດແລະນໍ້າຫນ້າດິນອື່ນໆ.”
“ວິທີການທີ່ພວກເຮົາຈະສົ່ງເສີມການພັດທະນາແບບຍືນຍົງເພື່ອຫລຸດຜ່ອນຜົນເສຍແມ່ນຍັງບໍ່ທັນໄດ້ຮັບການຄົ້ນ ຄ້ວາເທື່ອ ເຊິ່ງເປັນປັດໃຈຫລັກສຳຄັນຂອງການວິໄຈນີ້,” ກ່າວໂດຍ ທ່ານ ພາເວີລິກ.
ໂຄງການດັ່ງກ່າວນີ້ ກວມເອົາເຂດສຶກສາເກືອບທົ່ວປະເທດ ແລະ ຈະໄດ້ນຳໃຊ້ຄອມຟິວເຕີແລະແບບຈຳລອງ ເຂົ້າໃນການວິເຄາະ ແລະ ສົມທົບກັບການລົງສຳຫລວດຕົວຈິງຢູ່ສະໜາມ ໃນແຂວງເປົ້າຫມາຍ. ຜົນຂອງການວິໄຈ ດັ່ງກ່າວນີ້ ຈະຍັງຊ່ວຍໂຄງການອື່ນທີ່ແນໃສ່ເພື່ອເສີມສ້າງຄວາມເຂົ້າໃຈຕໍ່ກັບນໍ້າໄໃຕ້ດິນ ໂດຍສະເພາະແມ່ນ ການປະສົມປະສານການຄຸ້ມຄອງຊັບພະຍາກອນແຫຼງນໍ້າ ແລະ ເພື່ອສະໜອງຂໍ້ມູນພື້ນຖານໃຫ້ແກ່ການສ້າງ ແຜນແມ່ບົດໃນການຄຸ້ມຄອງບໍລິຫານຊັບພະຍາກອນແຫລ່ງນໍ້າແລະສິ່ງແວດລ້ອມ.
ໂຄງການດັ່ງກ່າວນີ້ ໄດ້ຮັບການສະຫນັບສະຫນູນທາງດ້ານການເງິນໂດຍ ສູນຄົ້ນຄ້ວາກະສິກຳສາກົນແຫ່ງປະເທດ ອົດສະຕາລີ (ACIAR) ແລະ ມີຜູ້ເຂົ້າຮ່ວມຈາກ ກົມຊົນລະປະທານ, ກົມຊັບພະຍາກອນນໍ້າ, ສະຖາບັນ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ - ຄະນະວິສະວະກໍາສາດ (ພາກວິຊາ ວິສະວະກຳແຫລ່ງນໍ້າ) ແລະ ຄະນະສຶກສາສິ່ງແວດລ້ອມ, ສະຖາບັນຍຸດທະສາດສິ່ງແວດລ້ອມ (Institute for Global Environmental Strategies), ມະຫາວິທະຍາໄລຂອນແກ່ນ - ສູນວິໄຈນໍ້າໃຕ້ດິນ, ແລະ ສະຖາບັນຄຸ້ມຄອງນໍ້າສາກົນ.
ກອງປະຊຸມຫາລືກ່ຽວກັບໂຄງການນໍ້າໃຕ້ດິນ
ໂຄງການ ສ້າງຄວາມເຂັ້ມແຂງ ແລະ ເພີ່ມຜົນຜະລິດກະສິກໍາ ທີ່ອີງໃສ່ນໍ້າຝົນເປັນຫລັກ ໃນ ສ.ປ.ປ. ລາວ ໂດຍຜ່ານ ການນໍາໃຊ້ນໍ້າໃຕ້ດິນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບນໍ້າໃຕ້ດິນຂຶ້ນໃນລະຫວ່າງ ວັນທີ 5 ຫາ 7 ກັນຍາ 2012 ໂດຍການເຂົ້າຮ່ວມຂອງຫລາຍພາກສ່ວນ ທີ່ມີຄວາມສົນໃຈ ແລະ ເປົ້າຫມາຍອັນດຽວກັນ ໃນການພັດທະນາ ນໍ້າໃຕ້ດິນໃຫ້ຍືນຍົງ ຢູ່ ສ.ປ.ປ. ລາວ ແລະ ຍັງເປັນການສະຫນອງຂໍ້ມູນໃຫ້ໂຄງການອີກດ້ວຍ. ກອງປະຊຸມ ປຶກສາຫາລືດັ່ງກ່າວນີ້ ມີຜູ້ເຂົ້າຮ່ວມປະມານ 60 ທ່ານ ທີ່ມາຈາກ 5 ປະເທດ ເຊິ່ງໄດ້ແກ່ ປະເທດ ອົດສະຕາລີ, ຍີ່ປຸ່ນ, ສ.ປ.ປ. ລາວ, ສຣີ ລັງກາ ແລະ ປະເທດ ໄທ.