ພາບລວມໂຄງການ
ໂຄງການ “ສ້າງຄວາມເຂັ້ມແຂງ ແລະ ເພີ່ມຜົນຜະລິດກະສິກຳ ທີ່ອີງໃສ່ນໍ້າຝົນເປັນຫລັກ ຢູ່ ສ.ປ.ປ. ລາວ ໂດຍຜ່ານ ການຊົມໃຊ້ນໍ້າໃຕ້ດິນແບບຍືນຍົງ” ແມ່ນໄດ້ຮັບທຶນສະຫນັບສະຫນູນໂດຍ ສູນຄົ້ນຄ້ວາກະສິກຳສາກົນແຫ່ງປະເທດ ອົດສະຕາລີ (ACIAR) ເຊິ່ງມີໄລຍະຕັ້ງແຕ່ ເດືອນ ກໍລະກົດ 2012 ຫາ ທັນວາ 2015.
ເປົ້າຫມາຍ
ໂຄງການໄດ້ວາງເປົ້າຫມາຍທີ່ຈະສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ຊາວກະສິກອນຂະຫນາດນ້ອຍໃນ ສ.ປ.ປ. ລາວ ເພື່ອໃຫ້ເຂົ້າເຖິງ ນໍ້າໃຕ້ດິນ ເພື່ອສົ່ງເສີມກິດຈະກໍາດ້ານການກະສິກໍາຕ່າງໆ ໂດຍສະເພາະການເຮັດ ຊົນລະປະທານໃນຊ່ວງລະດູແລ້ງ ແລະ ການສະຫນອງນໍ້າເສີມໃນຊ່ວງລະດູຝົນ ທີ່ມີຄ່າໃຊ້ຈ່າຍຫນ້ອຍ.
ພ້ອມກັນນີ້ ເປົ້າຫມາຍຫລັກຂອງໂຄງການນີ້ ແມ່ນ ເພື່ອສະຫນອງ ແລະ ຍົກສູງການຮັບປະກັນດ້ານສະບຽງອາຫານ ແລະ ໂພສະນາການ ແລະ ຍັງເປັນການພັດທະນາຄຸນນະພາບການດໍາລົງຊີວິດຂອງຊຸມຊົນໃນເຂດຊົນນະບົດໃນ ສ.ປ.ປ. ລາວ.
ຈຸດປະສົງ
1. ປະເມີນ ແລະ ຈັດລຽງບູລິມະສິດພື້ນທີ່ ທີ່ເຫມາະສົມທີ່ສຸດ ໃນການ ພັດທະນາຊົນລະປະທານນໍ້າໃຕ້ດິນ
ຫມາກຜົນຕົ້ນຕໍຂອງໂຄງການພາຍໃຕ້ຈຸດປະສົງນີ້ແມ່ນການສ້າງ ‘ແຜນທີ່ນໍ້າໃຕ້ດິນ’ ເຊິ່ງຈະສາມາດນໍາໃຊ້ເຂົ້າ ໃນການເລືອກພື້ນທີ່ ທີ່ເຫມາະສົມໃນການພັດທະນາຊົນລະປະທານນໍ້າໃຕ້ດິນ ພ້ອມທັງນໍາໃຊ້ເປັນຖານຂໍ້ມູນ ທີ່ຈະສາມາດຊ່ວຍໃນການຄຸ້ມຄອງຊັບພະຍາກອນດັ່ງກ່າວ.
2. ສ້າງໂຄງການທົດລອງ ແລະ ປະເມີນຜົນຜະລິດຈາກກິດຈະກຳ ຂອງການ ທົດລອງຕົວແບບ
ຈຸດປະສົງຫລັກຂອງກິດຈະກໍາດັ່ງກ່າວນີ້ ແມ່ນ ເພື່ອເຂົ້າໃຈເຖິງ: ນໍ້າໃຕ້ດິນ ແລະ ການຊົມໃຊ້ນໍ້າດັ່ງກ່າວໃນປະຈຸບັນ; ຜົນກະທົບຂອງໂຄງສ້າງພື້ນຖານຕົວແບບຂອງນໍ້າໃຕ້ດິນ ທີ່ມີຕໍ່ກັບ ການດໍາລົງຊີວິດຂອງຊາວກະສິກອນ ແລະ ຊັບພະຍາກອນນໍ້າໃຕ້ດິນ; ແລະ ການຄຸ້ມຄອງຊັບພະຍາກອນດັ່ງກ່າວຢ່າງມີປະສິດທິຜົນ ໂດຍໄດ້ຮັບການຮ່ວມມື ຈາກຊຸມຊົນ ແລະ/ຫລື ແນວທາງການມີສ່ວນຮ່ວມ.
3. ເຂົ້າໃຈເຖິງ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຊົມໃຊ້ນໍ້າໃຕ້ດິນເຂົ້າໃນການກະສິກຳ
ບົດລາຍງານ ການວິໄຈກ່ຽວກັບປັດໄຈທີ່ສົ່ງຜົນເຖິງການຮັບຮອງການຊົມໃຊ້ນໍ້າໃຕ້ດິນ ແລະ ຂໍ້ຫຍຸ້ງຍາກຕ່າງໆ ໃນການຈໍາກັດການພັດທະນາຂອງນໍ້າໃຕ້ດິນ ແມ່ນຈະໄດ້ຮັບການຕີພິມເຜີຍແຜ່. ບົດລາຍງານດັ່ງກ່າວນີ້ ຈະເນັ້ນຫນັກກ່ຽວກັບທັດສະນະຄະຕິຂອງຊາວກະສິກອນທີ່ມີຕໍ່ກັບການຊົມໃຊ້ນໍ້າໃຕ້ດິນ, ລັກສະນະຂອງຄົວເຮືອນ ແລະ ການຈັດຕັ້ງສະຖາບັນຕ່າງໆທີ່ມີຢູ່ໃນຂັ້ນທ້ອງຖິ່ນ.
4. ຈັດຕັ້ງປະຕິບັດການຄຸ້ມຄອງນໍ້າໃຕ້ດິນ
ບົດລາຍງານຫລາຍສະບັບຈະໄດ້ຮັບການຕີພິມ ແລະ ແຈກຍາຍ ທີ່ມີເນື້ອຫາກ່ຽວກັບ ການຈັດຕັ້ງສະຖາບັນ ແລະ ນະໂຍບາຍຕ່າງໆທີ່ມີຢູ່ ເຊິ່ງພົວພັນເຖິງຂະແຫນງນໍ້າ ແລະ ຂະແຫນງອ້ອມຂ້າງ; ຂໍ້ຫຍຸ້ງຍາກຕ່າງໆທີ່ຈໍາກັດ ການພັດທະນາ ແລະ ການຂະຫຍາຍຕົວຂອງນໍ້າໃຕ້ດິນ; ແລະ ບົດວິພາກກ່ຽວກັບນະໂຍບາຍ ແລະ ຍຸດທະສາດ ການຄຸ້ມຄອງນໍ້າໃຕ້ດິນໃນຫລາຍປະເທດ ທີ່ສາມາດຫມູນໃຊ້ເພື່ອຫລີກລ້ຽງການຊົມໃຊ້ເກີນຂອບເຂດໃນ ສ.ປ.ປ. ລາວ.
5. ສຶກສາຄຸນລັກສະນະແຫລ່ງນໍ້າໃຕ້ດິນ ແລະ ປະເມີນຄວາມຍືນຍົງ ໂດຍການ ໃຊ້ແບບຈຳລອງ ແລະ ຂໍ້ສົມມຸດຖານຕ່າງໆ ເພື່ອຊອກຫາທາງເລືອກທີ່ດີທີ່ສຸດ
ຈຸດປະສົງຂອງໂຄງການແມ່ນເພື່ອເຂົ້າໃຈເຖິງລະບົບ ແລະ ແຫລ່ງນໍ້າໃຕ້ດິນ, ທັງໃນເງື່ອນໄຂປະຈຸບັນ ແລະ ການປ່ຽນແປງສະພາບດິນຟ້າອາກາດໃນອານາຄົດ, ປະເພດພືດ ແລະ ສະຖານະການ ການພັດທະນານໍ້າໃຕ້ດິນ ໃນຫລາຍຮູບແບບ ແລະ ປະເມີນ ຂີດຈໍາກັດໃນການຊົມໃຊ້ນໍ້າໃຕ້ດິນແບບຍືນຍົງຢູ່ເຂດສຶກສາ, ພ້ອມທັງ ຍັງພັດທະນາອຸປະກອນຕ່າງໆ ແລະ ໃຫ້ຄໍາແນະນໍາແກ່ບັນດາການນໍາຜູ້ທີ່ມີອໍານາດໃນການຕັດສິນບັນຫາຕ່າງໆ.
6. ສ້າງຄວາມອາດສາມາດໃນວຽກງານການຄຸ້ມຄອງນໍ້າໃຕ້ດິນ ໂດຍການ ຈັດຕັ້ງການເຝິກອົບຮົມ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນ
ຫມາກຜົນທີ່ຈະໄດ້ຮັບຈາກກິດຈະກໍານີ້ແມ່ນການຈັດການເຝິກອົບຮົມໃນຫລາກຫລາຍເນື້ອຫາທີ່ກ່ຽວກັບ ການຄຸ້ມຄອງລະບົບຊົນລະປະທານ ແລະ ນໍ້າໃຕ້ດິນ ໃຫ້ແກ່ຄູ່ຮ່ວມງານໃນຂັ້ນສູນກາງ ແລະ ບັນດາຜູ້ທີ່ໄດ້ຮັບ ຜົນປະໂຫຍດ. ໂຄງການ ການຊົມໃຊ້ນໍ້າໃຕ້ດິນເຂົ້າໃນການກະສິກຳໃນປະເທດລາວ ດັ່ງກ່າວນີ້ ໄດ້ວາງເປົ້າຫມາຍ ໃນການສົ່ງເສີມຄົນລາວທີ່ມີເງື່ອນໄຂເພື່ອຮຽນຕໍ່ໃນຂັ້ນປະລິນຍາໂທ ແລະ ເອກ ພ້ອມທັງໂອກາດໃນການ ເຝິກງານອີກດ້ວຍ.