ບ້ານໂພນທອງ, ແຂວງ ບໍລິຄໍາໄຊ
ບ້ານໂພນທອງ, ແຂວງ ບໍລິຄໍາໄຊ
ບ້ານໂພນທອງແມ່ນບ້ານຫນຶ່ງ ໃນ 4 ບ້ານ ທີ່ມີທີ່ຕັ້ງຢູ່ໃນເຂດໂຄງການຂອງ ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ ຢູ່ ແຂວງ ບໍລິຄໍາໄຊ. ຫມູ່ບ້ານດັ່ງກ່າວນີ້ຕັ້ງຢູ່ເຂດພູສູງ.
ຫນຶ່ງໃນເປົ້າຫມາຍຫລັກ ຂອງ ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ ແມ່ນ ການເຮັດໃຫ້ບ້ານຍົກຍ້າຍ ມີການດໍາລົງຊີວິດ ແລະ ການເປັນຢູ່ທີ່ດີຂຶ້ນ. ເພື່ອໃຫ້ຍາດໄດ້ເປົ້າຫມາຍດັ່ງກ່າວນີ້, ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ ໄດ້ໃຫ້ໂຄງການເຂົ້າມາຊ່ວຍຊຸມຊົນທີ່ຖືກຍົກຍ້າຍດັ່ງກ່າວ ໃນການສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ການຊົນລະປະທານນໍ້າໃຕ້ດິນ ເຂົ້າໃນການປູກເຂົ້າໃນເຂດພື້້ນທີ່ຕໍ່າ, ສວນຄົວ, ຫມາກໄມ້ໃຫ້ຫມາກ ແລະ ການລ້ຽງສັດຂະຫນາດນ້ອຍ. ກິດຈະກໍາດັ່ງກ່າວນີ້ຈະໄດ້ຮັບການຂະຫຍາຍໄປໃນເຂດຕ່າງໆ ຖ້າໂຄງການຕົວແບບ ດັ່ງກ່າວ ປະສົບຜົນສໍາເລັດທາງດ້ານ ເຕັກນິກ, ສັງຄົມ ແລະ ເສດຖະກິດ.